ໃນວັນທີ 9 ກຸມພາ 2023 ທີ່ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ໄດ້ເປີດກອງປະຊຸມ ຂັ້ນວິຊາການຮ່ວມກັບທີມງານຊ່ຽວຊານຈາກທະນາຄານໂລກ, ທີມງານຜູ້ປະສານຂັ້ນສູນກາງ, ຜູ້ປະສານງານນະຄອນຫຼວງ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ນ ປິດ ພົມເພັດ, ຮອງຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ມີ ທ່ານ ບິງ ຖັງ ກາວ ຫົວຫນ້າ ທີ່ປຶກສາ ຂອງທະນາຄານໂລກ ພ້ອມດ້ວຍທີມງານ, ທ່ານ ພູທອນ ສິຣິພັນທອງ ຫົວຫນ້າຜູ້ປະສານງານຂັ້ນສູນກາງຂອງໂຄງການ ພ້ອມທັງແຂກຂະແໜງການກ່ຽວຂ້ອງ. ໃນທີ່ປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ການກຳນົດພື່ນທີ່ເປົ້າໝາຍໃນການສຶກສາຄວາມເປັນໄປໄດ້ຂອງການກະກຽມໂຄງການໃຫມ່ (Small Green Agriculture Competitiveness Project) ໂດຍ ທ່ານ ສອນໄຊ ກົມໄຊຊະນະ ຫົວຫນ້າປະສານໂຄງການຜະລິດກະສິກຳເປັນສີນຄ້າ ປະຈຳນະຄອນຫຼວງວຽງຈັນ ໃນກອງປະຊຸມໄດ້ປຶກສາຫາລື ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ ຢ່າງກົງໄປກົງມາ. ຫຼັງຈາກນັ້ນ, ຄະນະດັ່ງກ່າວຍັງໄດ້ລົງໄປຢ້ຽມຢາມ ແລະ ສອບຖາມຂໍ້ມູນຈາກກຸ່ມຜູ້ຜະລິດແນວພັນເຂົ້າ ຢູ່ບ້ານ ນາລ້ອງ, ເມືອງຫາດຊາຍຟອງ ແລະ ໄປຢ້ຽມຢາມ ສອບຖາມຂໍ້ມູນປະຊາຊົນກຸ່ມຜູ້ລ້ຽງງົວ ຢູ່ ບ້ານນາຝາຍ, ເມືອງປາກງື່ມ.

ລົງຢຽມຢາມການຈັດຕັ້ງປະຕິປັດໂຄງການການ ຢູ່ ນະຄອນຫຼວງວຽງຈັນ ໃນ Mission ຄັ້ງທີ 9
- Post author:admin
- Post published:27th ເດືອນກຸມພາ 2023
- Post category:Uncategorised
You Might Also Like

ພາລະກິດຕິດຕາມເພື່ອທົບທວນຄືນການບໍລິການດ້ານຊົນລະປະທານ ແລະ ກໍານົດຄວາມຕ້ອງການການນຳໃຊ້ຊົນລະ ປະທານ ເພື່ອກະກຽມ ແລະ ອອກແບບ ໃຫ້ແກ່ໂຄງການ Small Green Agriculture Competitiveness Project

ກອງປະຊຸມ ຄະນະຊີ້ນຳຄັ້ງທີ II ສຳລັບໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ
