ຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຮັບຜິດຊອບໃຫ້ແກ່ວິຊາການຂອງກຸ່ມ (ຜູ້ຊ່ວຍກຸ່ມຊາວກະສິກອນ) Post author:admin Post published:24th ເດືອນມີນາ 2021 Post category:Uncategorised Post comments:0 Comments ໃນລະຫວ່າງວັນທີ 17-19 ມີນາ 2021, ຫ້ອງການປະສານງານໂຄງການຂັ້ນສູນກາງ ໄດ້ຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຮັບຜິດຊອບໃຫ້ແກ່ວິຊາການຂອງກຸ່ມ (ຜູ້ຊ່ວຍກຸ່ມຊາວກະສິກອນ), ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ປິດ ພົມເພັດ, ຮອງຫົວໜ້າພະແນກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ທ່ານ ພູທອນ ສີຣິພັນທອງ, ຫົວໜ້າປະສານງານ ໂຄງການຜະລິດກະສິກຳເປັນສິຄ້າຢູ່ ສປປ ລາວ. ກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 35 ຄົນໂດຍມາຈາກ ຄະນະປະສານງານໂຄງການການຂັ້ນສູນກາງ ແລະ ຂັ້ນແຂວງ, ຜູ້ຊ່ວຍກຸ່ມຊາວກະສິກອນ ແລະ ທີ່ປຶກສາໂຄງການຂັ້ນສູນກາງ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂັ້ມແຂວງ ແລະ ຄວາມຮັບຜິດຊອບໃຫ້ແກ່ວິຊາການຂອງກຸ່ມເພື່ອເຂົ້າ ໃຈໃນການຊ່ວຍເຫລືອ ແລະ ສະໜັບສະໜູນແກ່ຊາວກະສິກອນຄືແນວໃດໃນການຈັດຕັ້ງການຝຶກອົບຮົມ, ການທ່າຍຖອດຄວາມຮູ້ກ່ຽວກັບການຜະລິດເມັດພັນ, ການຜະລິດເຂົ້າເປັນສິນຄ້າໃຫ້ແກ່ຊາວນາຈາກການກະກຽມການຜະລິດຈົນຮອດຫຼັງເກັບກ່ຽວ, ສ້າງຄວາມຮູ້ຄວາມສາມາດຂອງພະນັກງານວິຊາການກຸ່ມໃນການເຮັດໜ້າທີ່ຊ່ວຍເຫລືອພະນັກງານສົ່ງເສີມຂອງເມືອງ ແລະ ແຂວງ ໃນການເກັບກໍາຂໍ້ມູນການຜະລິດ, ຂໍ້ມູນກ່ຽວກັບການລົງທຶນຂອງກຸ່ມ ແລະ ການນໍາໃຊ້ກະສິກໍາທີ່ດີຂອງກຸ່ມຊາວນາ ແລະ ນໍາຂໍ້ມູນສົ່ງຫາເມືອງໃນແຕ່ລະອາທິດ ແລະ ຫາແຂວງໃນແຕ່ລະເດືອນ ແລະ ຫາສູນກາງຕໍໄປໃນແຕ່ລະງວດ. You Might Also Like ກແງປະຊຸມຝຶກອົບຮົມທົບທວນຄືນກ່ຽວກັບວຽກງານການເງິນ ໃນລະຫວ່າງວັນທີ 15-19 ສິງຫາ 2022 31st ເດືອນສິງຫາ 2022 ກອງປະຊຸມສະຫຼຸບຜົນ ຂອງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10 3rd ເດືອນຕຸລາ 2023 ໂຄງການ ຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ມອບລົດໄຖນາ ໃຫ້ກຸ່ມຜະລິດແນວພັນເຂົ້າ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ. 4th ເດືອນສິງຫາ 2020 ຕອບກັບ ຍົກເລີກການຕອບກັບCommentEnter your name or username to comment Enter your email address to comment Enter your website URL (optional) Δ
ກອງປະຊຸມສະຫຼຸບຜົນ ຂອງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ ຄັ້ງທີ 10 3rd ເດືອນຕຸລາ 2023
ໂຄງການ ຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ມອບລົດໄຖນາ ໃຫ້ກຸ່ມຜະລິດແນວພັນເຂົ້າ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ. 4th ເດືອນສິງຫາ 2020