ໃນວັນທີ 10 ກຸມພາ 2023 ຜ່ານມາ ທີ່ພະແນກກະສິກຳແລະປ່າໄມ້ ແຂວງວຽງຈັນ ທີມງານໂຄງການຜະລິດກະສິກຳເປັນສິນຄ້າ ພ້ອມດ້ວຍທີມງານຈາກທະນຄານໂລກ ໄດ້ເຄື່ອນໄຫວລົງຕິດຕາມຂໍ້ມູນທີ່ແຂວງວຽງຈັນ. ໃຫ້ກຽດຕ້ອນຮັບໂດຍທ່ານ ສົມອົກ ໜໍ່ຈະເລີນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ, ມີທ່ານ ບິງ ຖັງ ກາວ ຫົວໜ້າທີ່ປຶກປຶກສາ ທະນາຄານໂລກ ປະຈຳ ສປປ ລາວ, ມີທີມຊ່ຽວຊານ, ທີມງານຈາກໂຄງການ ພ້ອມພະນັກງານຂະແໜງການຂອງພະແນກ ເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຂໍ້ມຸນກ່ຽວກັບໂຄງການ ໂດຍ ທ່ານ ອຸ່ນລ້ຳ ຫຼວງກອງຄຳ ຫົວໜ້າຜູ້ປະສານງານໂຄງການຜະລິດກະສິກຳເປັນຄ້າ ຂອງແຂວງວຽງຈັນ, ໃນທີ່ປະຊຸມໄດ້ປຶກສາຫາລື ແລກປ່ຽນຂໍ້ມູນທີ່ສຳຄັນຕ່າງໆ ຢ່າງກົງໄປກົງມາ. ແລະ ໃນຕອນບ່າຍຂອງວັນດຽວກັນ ທີມງານດັ່ງກ່າວໄດ້ໄປຢ້ຽມຢາມ ຟາມງົວ ທີ່ບ້ານ ດອນກວດ, ເມືອງທຸລະຄົມ ແລະ ໄປຢ້ຽມຢາມ ກຸ່ມຜູ້ຜະລິດແນວພັນເຂົ້າ ທີ່ບ້ານ ໂພນຄຳ, ເມືອງ ເມືອງທະຄົມ, ແຂວງວຽງຈັນ.
![You are currently viewing ລົງຢຽມຢາມການຈັດຕັ້ງປະຕິປັດໂຄງການການ ຢູ່ ແຂວງວຽງຈັນ ໃນ Mission ຄັ້ງທີ 9](https://www.lacp-maf.org/wp-content/uploads/2023/02/ISM9-VTEP-field-trip-scaled.jpg)
ລົງຢຽມຢາມການຈັດຕັ້ງປະຕິປັດໂຄງການການ ຢູ່ ແຂວງວຽງຈັນ ໃນ Mission ຄັ້ງທີ 9
- Post author:admin
- Post published:27th ເດືອນກຸມພາ 2023
- Post category:Uncategorised